
ບໍ່ສໍາຄັນວ່າເຈົ້າຈະສາມາດຕົວະຜູ້ອື່ນໄດ້ ແຕ່ສໍາຄັນທີ່ເຈົ້າຕົວະໂຕເອງບໍ່ໄດ້ ເພາະຄວາມຈິງມັນຈະເປັນເງົາຕາມໂຕເຈົ້າສະເໝີ…
ຖ້າມື້ນີ້ເຈົ້າຍັງບໍ່ທັນມີເປົ້າໝາຍ ຫຼື ມີເປົ້າໝາຍແຕ່ຕ້ອງເລື່ອນກິດຈະກຳທີ່ຈະເຮັດຈະຫຼອດເວລາ ນັ້ນກໍໝາຍຄວາມວ່າເຈົ້າກຳລັງຕົວະໂຕເອງອີກແລ້ວ ເຊິ່ງການຕົວະໂຕເອງນີ້ແຫຼະທີ່ຈະເຮັດໃຫ້ເຈົ້າ…
– ກາຍເປັນຄົນມີແຕ່ຂໍ້ອ້າງ
– ກາຍເປັນທີ່ໄຮ້ເປົ້າໝາຍ
– ກາຍເປັນຄົນທີ່ຕົວະໂຕເອງໄດ້ຕະຫຼອດເວລາ
– ກາຍເປັນເລື່ອນມື້ເລື່ອນວັນ
– ກາຍເປັນນິໄສປະຈໍາໂຕ ສຸດທ້າຍກໍກາຍເປັນສັນດານ
– ກາຍເປັນພະຍາດຊໍາເຊື້ອທີ່ບໍ່ມີຢາຮັກສາ
– ກາຍເປັນຄົນທີ່ບໍ່ຮູ້ເຮັດບໍ່ສ້າງ
– ກາຍເປັນນັກຄິດ ແຕ່ບໍ່ເຄີຍລົງມືປະຕິບັດ
– ກາຍເປັນຄົນຖືສາກປາກຖືສີນ
– ກາຍເປັນຄົນລິ້ນອ່ອນ ແລະ ຄົນສອງໜ້າ
– ກາຍເປັນຄົນທີ່ຂາດສັດທາ ແລະ ຄວາມເຊື່ອໝັ້ນໃນໂຄເອງ
– ກາຍເປັນມະນຸດທີ່ສ້າງວິມານເທິງອາກາດ
– ກາຍເປັນຄົນຕິດພະຍາດ “ພະຍາດຂີ້ຄ້ານ”
– ການເປັນບາງຢ່າງ , ບາງສິ່ງ ແລະ ບາງອັນຂອງຄົນອື່ນ ຫຼື ກາຍເປັນຄົນສ້າງຝັນໃຫ້ຜູ້ອື່ນ ແຕ່ຄວາມຝັນຂອງຕົນເອງກັບກາຍເປັນລົມປາກຊົ່ວນາທີ ເທົ່ານັ້ນ ເຊີ່ງເປັນການສ້າງ “ວິມານເທິງອາກາດ”