Breaking News

ນິຍາມວ່າດ້ວຍເລື່ອງຂອງ “ຄວາມສຸກ”

_____
໑. ຄວາມສຸກບໍ່ໝາຍເຖິງການຢູ່ເຮືອນຫຼັງໃຫຍ່ ແຕ່ມັນແມ່ນການຢູ່ເຮືອນທີ່ຄົນໃນຄອບຄົວມີແຕ່ຮອຍຍີ້ມ ແລະ ມີຄວາມຮັກຄວາມອົບອຸ່ນໃຫ້ກັນແລະກັນ.

໒. ຄວາມສຸກບໍ່ໝາຍເຖິງການກິນອາຫານລາຄາແພງ ແຕ່ມັນແມ່ນການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ກິນກັບຄົນທີ່ເຮົາຮັກ.

໓. ຄວາມສຸກບໍ່ໝາຍເຖິງການຂີ່ລົດຫຼູຫຼາລາຄາແພງ ແຕ່ແມ່ນມັນແມ່ນຂີ່ທີ່ຕົນເອງຈ່າຍໄດ້ ແລະ ບໍ່ເປັນທາດຂອງຄ່າຜ່ອນລົດ ທີ່ສຳຄັນກວ່ານັ້ນແມ່ນລົດທີ່ເຮົາຂີ່ນັ້ນພາເຮົາໄປມາຢ່າງປອດໄພ.

໔. ຄວາມສຸກບໍ່ໝາຍເຖິງການນຸ່ງເສື້ອຜ້າແບຣນເນມທີ່ລາຄາແພງ ແຕ່ຫາກແມ່ນການນຸ່ງເຄື່ອງໃຫ້ຄວາມອົບອຸ່ນ ແລະ ນຸ່ງແລ້ວເຮັດໃຫ້ເຮົາຮູ້ສຶກດີ

໕. ຄວາມສຸກບໍ່ໝາຍເຖິງຄວາມລໍ້າລວຍ ຫຼື ມີເງິນຄໍາຈົນລົ້ນຟ້າ ແຕ່ສຸດທ້າຍມາຫາຄວາມສຸກບໍ່ໄດ້ ຫຼື ນອນບໍ່ຫຼັບຍ້ອນເງິນ ແຕ່ມັນແມ່ນຄວາມສຸກທີ່ເຮົາເງິນແບບມີພໍຢູ່ພໍຈ່າຍ ແລະ ບໍ່ມີໜີ້ສີນ.

໖. ຄວາມສຸກບໍ່ຂື້ນກັບສະຖານທີ່ວ່າຈະຢູ່ບ້ານນອກ ຫຼື ຢູ່ໃນເມືອງ ແຕ່ຄວາມສຸກໝາຍເຖິງການອອກແບບຊີວິດທີ່ບໍ່ຢຶດຕິດກັບວັດຖຸນິຍົມ ແລະ ບໍ່ເປັນທາດໜີ້ຕ້ອງຜ່ອນ.

໗. ຄວາມສຸກບໍ່ໝາຍເຖິງການມີຍົດຖາບັນດາສັກ ຫຼື ຕໍາແໜ່ງສູງສຸດ ແຕ່ແມ່ນການມີຕໍາແໜ່ງທີ່ເຮັດໃຫ້ເຮົາຢາກເຮັກວຽກທຸກມື້,ມີລູກນ້ອງທີ່ຮັກເຮົາ ແລະ ວຽກທີ່ເຮັດໃຫ້ເຮົາມີຄວາມສຸກ.

໘. ຄວາມສຸກບໍ່ໝາຍເຖິງການມີທຸກສິ່ງທີ່ຕ້ອງການ ແຕ່ມັນແມ່ນການມີສິ່ງທີ່ຈໍາເປັນຕໍ່ຊີວິດ