
———
ມີຄວາມຮູ້ແຕ່ນັ່ງຈົມທຸກຈົ່ມຍາກ
ມີຄວາມຮູ້ແຕ່ໃຈຊີຂາດທ້າຍຕອນເດືອນ
ມີຄວາມຮູ້ແຕ່ຫາຄວາມສຸກບໍ່ໄດ້
ມີຄວາມຮູ້ແຕ່ນິຍາມຄວາມສໍາເລັດບໍ່ເປັນ
ມີຄວາມຮູ້ແຕ່ໄຮ້ເປົ້າໝາຍຊີວິດ
ມີຄວາມຮູ້ແຕ່ຕໍ່ຍອດຄວາມຮູ້ບໍ່ເປັນ
ມີຄວາມຮູ້ຕິດໂຕແຕ່ເງິນຕິດຖົງເກືອບບໍ່ມີ
ມີຄວາມຮູ້ແຕ່ເບິ່ງໂລກໃນແງ່ລົບ
ມີຄວາມຮູ້ແຕ່ຂາດຄວາມສາມາດ
ມີຄວາມຮູ້ແຕ່ບໍ່ເຄີຍລົງມືປະຕິບັດ
ມີຄວາມຮູ້ແຕ່ປ່ອຍຊີວິດໃຫ້ໄປຕາມໂຊກຊາຕາ
ມີຄວາມແຕ່ເຊື່ອໃນເລື່ອງງົມງວາຍ
ມີຄວາມຮູ້ແຕ່ຄິດແບບຄົນທົ່ວໄປ
ມີຄວາມຮູ້ແຕ່ຍັງຖືກຄົນອື່ນຕົວະຍົວະເອົາເງິນໃນຖົງ
ມີຄວາມຮູ້ແຕ່ຊີວິດກໍຍັງບໍ່ຕ່າງຍັງກັບຕອນບໍ່ມີຄວາມຮູ້
ມີຄວາມຮູ້ເຮັດໃຫ້ເບິ່ງດີ ແຕ່ຊີວິດກັບບໍ່ເຄີຍດີ
ມີຄວາມຮູ້ແຕ່ຮູ້ໃນສິ່ງບໍ່ສ້າງປະໂຫຍດໃຫ້ຊີວິດຕົນເອງ
ມີຄວາມຮູ້ ແຕ່ຄວາມຮູ້ບໍ່ສົ່ງ ຊີວິດຍັງຄົງຍ່າງເຕະຝຸ່ນ ແລະ ອະນາຄົດຂຸ້ນເຄືອໃນເປົ້າໝາຍ ແລະ ເສັ້ນປາຍທາງຊີວິດ ສະເໜືອນຄໍາບູຮານທີ່ວ່ສ “ຄວາມຮູ້ຖ້ວມຫົວ ເອົາຕົວບໍ່ລອດ”
ຢ່າປ່ອຍໃຫ້ຊີວິດຕ້ອງປະເຊີນຊາຕາກໍາແບບນີ້ພຽງເພາະລໍຖ້າໃຫ້ມີຄວາມຮູ້ ຫຼື ອ້າງວ່າຕົນບໍ່ມີຄວາມຮູ້ ….
ຈົ່ງຄິດ ແລະ ລົງມືສ້າງຄວາມຝັນຕັ້ງແຕ່ວິນາທີນີ້ …!
ທີ່ມາ: Viroj’s Diary